ຕາຕະລາງການຈັດຕັ້ງ

ຜູ້ອຳນວຍການສະຖາບັນ

ເພື່ອນຳພາບັນດາສະຖາບັນການຮຽນ-ການສອນຝຣັ່ງທີ່ມີພັນທະສັນຍາຢູ່ຕ່າງປະເທດ, ສະມາຄົມຄູອາຈານຝຣັ່ງຢູ່ຕ່າງປະເທດ (AEFE) ໄດ້ຮັບພະນັກງານບໍລິຫານ, ພະນັກງານລັດທີ່ສັງກັດຢູ່ກະຊວງສຶກສາແຫ່ງຊາດຝຣັ່ງເຊິ່ງອີງໃສ່ສັນຍາຕາມກົດໝາຍມະຫາຊົນທີ່ມີວາລະເຮັດວຽກ 3 ປີ ແລະ ສາດມາດຕໍ່ໄດ້ 2 ຄັ້ງເຊິ່ງແຕ່ລະຄັ້ງແມ່ນ 1 ປີໂດຍການເຫັນດີຂອງຜູ້ຊ່ຽວຊານ. ພາລະບົດບາດ : ໜ້າທີ່ຂອງຜູ້ຮັບຜິດຊອບສະຖາບັນແມ່ນຕ້ອງມີການໝູນໃຊ້ບັນດາຫຼັກການ ທັດສະນະ ແລະ ເນື້ອໃນການສອນເຂົ້າໃນເງືອນໄຂຂອງທ້ອງຖິ່ນ ແລະ ບາງຄັ້ງກໍ່ແຕກຕ່າງກັນຫຼາຍກັບສະພາບຂອງປະເທດຝຣັ່ງ ແລະ ຕ້ອງໄດ້ໃຫ້ຄວາມສຳຄັນທີ່ຈຳເປັນຕໍ່ນັກຮຽນໃນການຮຽນຮູ້ຢ່າງເລິກເຊິ່ງຕໍ່ວັດທະນະທຳຝຣັ່ງ ແລະ ວັດທະນະທຳລາວ. ມີໜ້າທີ່ຂະຫຍາຍການຈັດການຊັບພະຍາກອນບຸກຄົນ ແລະ ການບໍລິຫານການເງິນ. ຫົວໜ້າສະຖາບັນແມ່ນຜູ້ທີ່ມີຄວາມສຳຄັນໃນລະບົບການປົກຄອງສະຖາບັນທີ່ມີພັນທະສັນຍາ. ໜ້າທີ່ດ້ານການສຶກສາເພື່ອສົ່ງເສີມນະໂຍບາຍພາສາ ແລະ ວັດທະນະທຳ ແລະ ການຮ່ວມມືດ້ານການສຶກສາທີ່ຂັບເຄື່ອນໂດຍນັກການທູດ. ໜ້າທີ່ ຮ່ວມມືຢ່າງໃກ້ຊິດກັບອຳນວຍການອົງການ, ສ້າງ ແລະ ດຳເນີນບັນດາໂຄງການຂອງສະຖາບັນ. ໜ້າທີ່ດ້ານວິຊາການ, ຜູ້ບໍລິຫານແມ່ນຜູ້ກຳນົດແຜນການຮຽນ-ການສອນ ແລະ ມີບົດບາດໃນການຄົ້ນຄິດນຳພາທີມງານອາຈານເພື່ອສ້າງເຄື່ອງມືການສິດສອນສອດຄ່ອງກັບສະພາບຕົວຈິງຂອງພື້ນທີ ແລະ ເພື່ອເສີມສ້າງສິ່ງທີເປັນປະໂຫຍດ ແລະ ມີປະສິດທິພາບຂອງສະຖາບັນໃນສະພາບແວດລ້ວມຕົວຈິງ. ປະສານງານກັບໜ່ວຍງານດ້ານການຮ່ວມມື ແລະ ວຽກງານດ້ານວັດທະນະທຳຂອງສະຖານທູດຝຣັ່ງ ແລະ ໂດຍໄດ້ຮັບອະນຸຍາດຈາກທ່ານເອກອັກຄະລັດຖະທູດ.

ອຳນວຍການໂຮງຮຽນປະຖົມ

ໃນຄະນະບໍລິຫານສະຖາບັນ, ອຳນວຍການໜຶ່ງທ່ານໄດ້ຖຶກແຕ່ງຕັ້ງໂດຍສະມາຄົມຄູອາຈານຝຣັ່ງຢູ່ຕ່າງປະເທດ. ຜູ້ກ່ຽວເປັນພະນັກງານລັດສັງກັດກະຊວງສຶກສາແຫ່ງຊາດຝຣັ່ງເຊິ່ງຖຶກຈັດຢູ່ໃນບັນຊີຜູ້ບໍລິຫານທີ່ລໍຖ້າສະເໜີແຕ່ງຕັ້ງ ແລະ ຜູກພັນໂດຍສັນຍາຕາມກົດໝາຍ ແລະ ດຳລົງຕຳແໜ່ງ 3 ປີ ແລະ ສາມາດຕໍ່ສັນຍາໄດ້ 2 ຄັ້ງແຕ່ລະຄັ້ງແມ່ນ 1 ປີໂດຍການເຫັນດີຂອງຜູ້ຊ່ຽວຊານ. ພາລະບົດບາດ : ປະຕິບັດວຽກໃຕ້ການກວດສອບດ້ານວິຊາການຈາກຜູ້ກວດສອບການສຶກສາແຫ່ງຊາດປະຈຳເຂດອາຊີ-ປາຊີຟິກ. ປະຕິບັດວຽກໃຕ້ການຄຸ້ມຄອງຂອງຫົວໜ້າສະຖາບັນ (LFIV), ເຊິ່ງເປັນຜູ້ອຳນວຍການໃຫຍ່, ຜູ້ອຳນວຍການໂຮງຮຽນແມ່ນຜູ້ຮອງ. ໜ້າທີ່ : ຮັບຜິດຊອບດ້ານບໍລິຫານ ແລະ ວິຊາການຊັ້ນປະຖົມ. ປະສານງານ ແລະ ນຳພາທີມງານຄູອາຈານດ້ານວິຊາການ. ປະເມີນຜົນ ແລະ ປະຕິບັດບັນດາໂຄງການຂອງໂຮງຮຽນ, ສົມທົບກັບໂຄງການຂອງສະຖາບັນດ້ວຍເຫດຜົນທີ່ໂຮງຮຽນແມ່ນພາກສ່ວນລະດັບສອງຂອງສະຖາບັນ. ຜູ້ອຳນວຍການປະກອບສ່ວນໃນ : ສ້າງແຜນເຝິກອົບຮົມຂອງຂົງເຂດທີ່ຕົນເອງຂື້ນກັບ (ໂດຍສະເພາະກ່ຽວກັບການສຳມະນາປະຈຳປີຂອງບັນດາຫົວໜ້າສະຖາບັນ ແລະ ອຳນວຍການໂຮງຮຽນ). ຈັດຕັ້ງວຽກງານຂອງ PRF ໃນໂຮງຮຽນຈົນເຖິງຂະຫຍາຍໃນຂົງເຂດທີ່ກ່ຽວຂ້ອງ (ການເຝິກງານໃນຂົງເຂດ). ຄຸ້ມຄອງວຽກງານການເຝິກອົບຮົມໃຫ້ບຸກຄະລາກອນທີ່ຈ້າງໃນຂົງເຂດຂອງໂຮງຮຽນ.

AEFE

ໃຕ້ການຄຸ້ມຄອງຂອງກະຊວງການຕ່າງປະເທດ ແລະ ການພັດທະນາສາກົນ. ສະມາຄົມຄູອາຈານຝຣັ່ງຢູ່ຕ່າງປະເທດມີໜ້າທີ່ຕິດຕາມ ແລະ ດຳເນີນກິດຈະກຳກັບເຄືອຄ່າຍຂອງບັນດາສະຖາບັນການສຶກສາຂອງຝຣັ່ງຢູ່ຕ່າງປະເທດ. ເຄືອຄ່າຍນີ້ແມ່ນເປັນເຄືອຄ່າຍໜຶ່ງດຽວໃນໂລກ ແລະ ມີໜ້າໃນ 137 ປະເທດເຊິ່ງເປັນສິ່ງສົ່ງເສີມ ແລະ ຊຸກຍູ້ບົດບາດຂອງປະເທດຝຣັ່ງ. ປະເທດຝຣັ່ງເປັນປະເທດທີ່ມີເຄືອຂ່າຍໂຮງຮຽນທີ່ໃຫຍ່ທີ່ສຸດທີ່ຢູ່ນອກປະເທດ. ເຄືອຂ່າຍນີ້ນຳພາການເພີ່ມຂື້ນຂອງຄອບຄົວຄົນ ຝຣັ່ງໃນໂລກ. ມັນຍັງເປັນເຄື່ອງມືໃນການຂະຫຍາຍບົດບາດເພາະໄດ້ເປັນບ່ອນຮຽນຂອງບັນດານັກຮຽນຕ່າງປະເທດ (60% ຂອງນັກຮຽນທັງໝົດ). ການສ້າງລະບຽບການດຽວກັນຂອງສະຖາບັນການສຶກສາໂດຍຮ່ວມມືກັບ AEFE : ສິ່ງຄໍ້າປະກັນຄຸນນະພາບ ການສ້າງລະບຽບການດຽວກັນ ແລະ ເຜີຍແຜ່ໂດຍກະຊວງສຶກສາແຫ່ງຊາດຢັ້ງຢືນເຖິງຄວາມເອກະພາບກັນຂອງຄູ່ອາຈານຕໍ່ກັບບັນຫາ, ຕາຕະລາງການຮຽນ, ຈຸດປະສົງດ້ານການສອນ ແລະ ລະບຽບການຈັດຕັ້ງປະຕິບັດຂອງລະບົບການສຶກສາຝຣັ່ງ. ການສ້າງລະບຽບການດຽວກັນຊ່ວຍໃຫ້ນັກຮຽນໝົດທຸກຄົນທີ່ມາຈາກໂຮງຮຽນທີ່ນຳໃຊ້ລະບຽບດຽວກັນສາມາດເຂົ້າຮຽນໃນໂຮງຮຽນອື່ນຂອງຝຣັ່ງໂດຍບໍ່ຕ້ອງຜ່ານການສອບທຽບລະດັບ. ເຄືອຂ່າຍໂຮງຮຽນລະດັບໂລກທີ່ດຶງດູດການພັດທະນາທີ່ມີເຫດຜົນ ເປັນເວລາ 20 ປີແລ້ວ, ເຄືອຂ່າຍນີ້ໄດ້ມີຈຳນວນນັກຮຽນເພີ່ມຂື້ນຫຼາຍກວ່າ 50%. ເປັນສິ່ງທີ່ສະແດງເຖິງຄຸນນະພາບຂອງການສອນ. ຄວາມກ້າວໜ້ານີ້ຕ້ອງຕອບສະໜອງກັບການທ້າທາຍຂອງຄວາມສົມດຸນດ້ານງົບປະມານ. ການຮັບຮູ້ຂອງບົດບາດທີ່ເປັນສູນລວມຂອງເຄືອຂ່າຍໂຮງຮຽນຢູ່ຕ່າງປະເທດທີ່ສົ່ງເສີມບົດບາດຂອງປະເທດຝຣັ່ງຢູ່ຕ່າງປະເທດ ສະແດງອອກໃນການຮັກສາບັນດາຊັບພະຍາກອນທີ່ສຳຄັນ ແລະ ນຳໃຊ້ໃນທາງສ້າງສັນ. ການຮວມເຂົ້າກັນຂອງບັນດາເງືອນໄຂທີ່ AEFE ມີຢູ່ ແລະ ການຫັນທິດເປັນແບບທັນສະໃໝ ຫັນທິດໃຫ້ເຄືອຂ່າຍເພື່ອສ້າງສະມາຄົມໃຫ້ມີຄວາມກ້າວໜ້າທີ່ໝັ້ນຄົງ.

ສະມາຄົມຜ ູ້ປົກຄອງນັກຮຽນ (APE)

ສະມາຄົມພໍ່ແມ່ນັກຮຽນໂຮງຮຽນຝຣັ່ງສາກົນວຽງຈັນໂຈຊຸຍເອ-ອົບເຟ ແລະ ການໃຫ້ຄຳແນະນຳດ້ານການບໍລິຫານ Mot des parents-APE-2016-2017 ໂຮງຮຽນຝຣັ່ງສາກົນວຽງຈັນ (LFIV) ແມ່ນສະຖາບັນການສຶກສາຕາມພັນທະສັນຍາ. ມັນແມ່ນອົງການຈັດຕັ້ງໜຶ່ງທີ່ຂື້ນກັບກົດໝາຍກ່ຽວກັບເອກະຊົນຝຣັ່ງ ຫຼື ຕ່າງປະເທດ ແລະ ມີການຜູກພັນທາງສັນຍາດ້ານບໍລິຫານ, ການເງິນ ແລະ ວິຊາການກັບສະມາຄົມອາຈານຝຣັ່ງຢູ່ຕ່າງປະເທດ (AEFE). ສັນຍານີ້ກ່ຽວຂ້ອງໂດຍສະເພາະກັບບັນດາເງື່ອນໄຂໃນການກຳນົດຕຳແໜ່ງ ແລະ ການຕັ້ງເງິນເດືອນໃຫ້ຄູອາຈານທີ່ຂື້ນກັບການສຶກສາແຫ່ງຊາດ ແລະ ກ່ຽວຂ້ອງກັບໃຫ້ການອຸດໜູນ. ໂຮງຮຽນແຫ່ງນີ້ໄດ້ພົວພັນກັບ AEFE ຢ່າງຕໍ່ເນືອງໂດຍຜ່ານການປຶກສາເຊິ່ງກັນ ແລະ ກັນ. ໂຮງຮຽນຝຣັ່ງສາກົນວຽງຈັນໄດ້ສ້າງຕັ້ງຂື້ນໃນປີ 1986 ເຊິ່ງເປັນສະຖາບັນການສຶກສາທີ່ປະກອບດ້ວຍຊັ້ນປະຖົມ ແລະ ຊັ້ນມັດທະຍົມທີ່ປະຕິບັດຕາມບັນດານິຕິກຳ ແລະ ການປະຕິຮູບຂອງກະຊວງສຶກສາແຫ່ງຊາດ, ການສຶກສາຊັ້ນສູງ ແລະ ການຄົ້ນຄົ້ວ (MENESR), ໂດຍປະຕິບັດຕາມພັນທະສັນຍາກັນສະມາຄົມອາຈານຝຣັ່ງຢູ່ຕ່າງປະເທດ (AEFE), ໂຮງຮຽນໄດ້ເປີດຮັບນັກຮຽນຝຣັ່ງທີ່ອາໃສຢູ່ໃນປະເທດລາວ ແລະ ບັນດານັກຮຽນທີ່ມາຈາກບັນດາປະເທດທີ່ເປັນສະມາຊິກຂອງສະຫະພາບເອີຣົບ, ນັກຮຽນຄົນລາວ ແລະ ນັກຮຽນຊາດອື່ນໆ. ໂຮງຮຽນຝຣັ່ງສາກົນບໍລິຫານໂດຍຫົວໜ້າສະຖາບັນທີ່ຖືກແຕ່ງຕັ້ງໂດຍ AEFE. ໂຮງຮຽນຝຣັ່ງສາກົນແມ່ນຢູ່ໃຕ້ການກວດກາດ້ານວິຊາການຈາກທີ່ປຶກສາດ້ານການຮ່ວມມື ແລະ ວຽກງານວັດທະນະທຳຂອງສະຖານທູດຝຣັ່ງເຊິ່ງເຮັດໜ້າທີ່ເປັນຜູ້ກວດສອບດ້ານວິຊາການ. ໂຮງຮຽນຝຣັ່ງສາກົນແມ່ນໄດ້ຮັບການຄຸ້ມຄອງຂອງສະຖານທູດຝຣັ່ງທີ່ວຽງຈັນ. ໂຮງຮຽນຝຣັ່ງສາກົນແມ່ນຖືກບໍລິຫານໂດຍສະມາຄົມພໍ່ແມ່ນັກຮຽນເຊິ່ງຖືກຖືວ່າແມ່ນ « ສະມາຄົມ » ຫຼື ໃຊ້ຄຳວ່າ « APE du LFIV » (ສະມາຄົມພໍ່ແມ່ນັກຮຽນໂຮງຮຽນຝຣັ່ງສາກົນວຽງຈັນ). ສະມາຄົມສ້າງຕັ້ງຂື້ນຕາມກົດໝາຍລົງວັນທີ 1 ກໍລະກົດ 1901, ເຊິ່ງມີຊື່ເປັນທາງການວ່າ « ສະມາຄົມພໍ່ແມ່ນັກຮຽນໂຮງຮຽນຝຣັ່ງສາກົນວຽງຈັນໂຈຊຸຍເອ-ອົບເຟ » ແລະ ມີອັກສອນຫຍໍ້ວ່າ « APE du LFIV ». ສຳນັກງານໃຫຍ່ຂອງສະມາຄົມຕັ້ງຢູ່ : c/o Anefe,28 rue de Châteaudun,75009 Paris, France. ຈຸດປະສົງ : ຄຳປະກັນການບໍລິຫານ ແລະ ການພັດທະນາຂອງໂຮງຮຽນໂດຍຕອບສະໜອງຕາມຄວາມຕ້ອງການສະເພາະຂອງນັກຮຽນຝຣັ່ງ, ເອີລົບ ແລະ ຊາດອື່ນໆທີ່ຮຽນໃນໂຮງຮຽນແຫ່ງນີ້. ດ້ານໜຶ່ງຈັດຕັ້ງການຮ່ວມມືລະຫວ່າງພໍ່ແມ່ນັກຮຽນ ແລະ ການນຳໂຮງຮຽນພ້ວມທັງຄູອາຈານ, ອີກດ້ານໜຶ່ງແມ່ນເພື່ອຄໍ້າປະກັນລະດັບການຮຽນ-ການສອນໃຫ້ໄປຕາມຂອບເຂດກຳນົດໂດຍໂຮງຮຽນຝຣັ່ງສາກົນວຽງຈັນ. ສົ່ງເສີມບັນດາກິດຈະກຳວັດທະນະທຳ ແລະ ກິດຈະກຳປິ່ນອ້ອມການຮຽນ-ການສອນສະເພາະເຮັດໃຫ້ການສອນຂອງໂຮງຮຽນມີຄວາມສົມບູນ. ໂຄງສ້າງຂອງສະມາຄົມ : ບັນດາສະມາຊິກທີ່ປະກອບສ່ວນ : ພໍ່ແມ່ນັກຮຽນທຸກຄົນ ຫຼື ຜູ້ປົກຄອງຕາມກົດໝາຍຂອງນັກຮຽນໃນໂຮງຮຽນທີ່ຊຳລະຄ່າຮຽນ. ແຕ່ລະຄວບຄົວຈະມີໜຶ່ງສຽງໃນກອງປະຊຸມໃຫຍ່ໂດຍບໍ່ຂື້ນກັບຈຳນວນລູກທີ່ຮຽນໃນໂຮງຮຽນ. ສະມາຊິກຕາມກົດໝາຍ : ທ່ານເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ປະທານກຽດຕິມະສັກຂອງສະມາຄົມ, ທ່ານຜູ້ທີ່ປຶກສາດ້ານການຮ່ວມມື ແລະ ວຽກງານດ້ານວັດທະນະທຳຂອງສະຖານທູດຝຣັ່ງ, ທ່ານຫົວໜ້າພະແນກກົງສຸນຂອງສະຖານທູດຝຣັ່ງ, ທ່ານຜູ້ອຳນວຍການດ້ານບໍລິຫານ ແລະ ການເງິນ (DAF) ຂອງໂຮງຮຽນ ແລະ ທ່ານຜູ້ອຳນວຍການຊັ້ນປະຖົມ. ບັນດາທ່ານເຫຼົ່ານີ້ມີພຽງສຽງເພື່ອໃຫ້ຄຳເຫັນໃນເວລາກອງປະຊຸມໃຫຍ່. ສະມາຊິກທີ່ມີອຸປະກາລະຄຸນ ບັນດາທ່ານທີ່ປະກອບສ່ວນທາງດ້ານວັດຖຸ ແລະ ເງິນຄຳໃຫ້ສະມາຄົມ. ບັນດາທ່ານເຫຼົ່ານີ້ຖືກແຕ່ງຕັ້ງໃນໄລຍະກອງປະຊຸມໃຫຍ່ໂດຍການສະເໜີຂອງກຳມະການບໍລິຫານ. ບັນດາທ່ານເຫຼົ່ານີ້ມີພຽງສຽງໃຫ້ຄຳເຫັນໃນກອງປະຊຸມໃຫຍ່.

ຄະນະກຳມະການທີ່ປຶກສາດ້ານບໍລິຫານ

ປະກອບດ້ວຍ : . ສະມາຊິກຂອງຄະນະກະມະການບໍລິຫານ (COGES) . ສະມາຊິກຕາມກົດໝາຍ 6 ທ່ານ : ທ່ານທີ່ປຶກສາດ້ານການຮ່ວມມື ແລະ ກິດຈະກຳວັດທະນະທຳ, ຫົວໜ້າພະແນກກົງສຸນ, ທ່ານຜູ້ອຳນວຍການໂຮງຮຽນ, ທ່ານຫົວໜ້ານຝ່າຍບໍລິຫານ ແລະ ການເງິນ, ທ່ານອຳນວຍການຊັ້ນປະຖົມ ແລະ ຕົວແທນພະນັກງານປະຈຳຂອງໂຮງຮຽນໜຶ່ງທ່ານ ຫຼື ຜູ້ທີ່ໄດ້ຮັບການຄັດເລືອກເປັນຕົວແທນໃນໜຶ່ງປີໂດຍຖຶກເລືອກໂດຍສະມາຊິກຢ່າງໜ້ອຍ 2 ອາທິດກ່ອນກອງປະຊຸມໃຫຍ່ສາມັນຂອງສົກຮຽນທີສາມ. ຄະນະກຳມະການບໍລິຫານ : ຄະນະກຳມະການປະກອບດ້ວຍຢ່າງໜ້ອຍ 5 ທ່ານ ແລະສູງສຸດ 8 ທ່ານທີ່ເປັນສະມາຊິກທີ່ຖືກຄັດເລືອກໃນວາລະກອງປະຊຸມໃຫຍ່ທີ່ມີພໍ່ແມ່ນັກຮຽນ ແລະ ຜູ້ປົກຄອງນັກຮຽນຍົກເວັນສະມາຊິກຜູ້ເປັນພະນັກງານຂອງໂຮງຮຽນ ຫຼື ຂອງສະມາຄົມຄູອາຈານຝຣັ່ງຢູ່ຕ່າງປະເທດ ແລະ ຄູ່ສົມລົດ. ໄລຍະດຳລົງຕຳແໜ່ງແມ່ນ 2 ປີ. ສະມາຊິກ 1 ຄົນແມ່ນມີ 1 ສຽງຂອງຄອບຄົວ, ສະມາຊິກໃນຄະນະກຳມະການໃນຊຸດກ່ອນສາມາດຮັບເລືອກຕັ້ງໄດ້ສູງສຸດອີກ 2 ສະໄໝຕິດຕໍ່ກັນ. ຫ້ອງການ : ບັນດາສະມາຊິກທີ່ຖືກຄັດເລືອກຈາກກອງປະຊຸມໃຫຍ່ແມ່ນແບ່ງປັນໜ້າທີ່ຮັບຜິດຊອບໃນຫ້ອງການໃນໄລຍະກອງປະຊຸມຂອງຄະນະກຳມະການບໍລິຫານຄັ້ງທີໜຶ່ງ : ປະທານ : ແມ່ນຕົວແທນຕາມກົດໝາຍຂອງສະມາຄົມໃນທຸກໆວຽກງານທີ່ກ່ຽວຂ້ອງ. ເປັນຜູ້ວາງຫຼັກການ ແລະ ນຳພາກອງປະຊຸມຂອງຄະນະກຳມະການບໍລິຫານ. ປະທານມີຕຳແໜ່ງໃນຄະນະກຳມະການຝ່າຍບຸກຄົນປະຈຳ ແລະ ກຳມະ ການທຶນການສຶກສາ (CCB). ຜູ້ຮັບຜິດຊອບຄັງເງິນ : ມີສິດຮັບຜິດຊອບເງິນ ແລະ ສາມາດສັ່ງຈ່າຍໃນບັນຊີຂອງໂຮງຮຽນ. ສົ່ງບົດສະຫຼຸບການເງິນຂອງປີທີ່ຜ່ານມາກ່ອນກອງປະຊຸມໃຫຍ່ສົກຮຽນທີສາມ. ເລຂາ : ມີໜ້າທີ່ເຮັດບົດບັນທຶກກອງປະຊຸມຂອງກຳມະການບໍລິຫານ. ຮັບຜິດຊອບທະບຽນຂອງສະມາຊິກສະມາຄົມ, ຮຽກປະຊຸມໃນກອງປະຊຸມໃຫຍ່ ແລະ ຮັບຜິດຊອບການພົວພັນທັງໝົດທີ່ກ່ຽວຂ້ອງກັບໜ້າວຽກຂອງກຳມະການບໍລິຫານ. (ປະທານ ແລະ ຜູ້ຮັບຜິດຊອບຄັງເງິນຕ້ອງຖືສັນຊາດຝຣັ່ງ ແລະ ຂື້ນທະບຽນທີ່ພະແນກກົງສຸນ) ພາລະບົດບາດ : ຄະນະກຳມະການບໍລິຫານມີໜ້າທີ່ຄຸ້ມຄອງການເງິນຂອງໂຮງຮຽນ ໃນໜ້າທີ່ນີ້ຄະນະກຳມະການມີສິດ : ໃຫ້ການເຫັນດີ ແລະ ຢຸດຕິງົບປະມານທີ່ສ້າງຂື້ນຮ່ວມກັນກັບອຳນວຍການໂຮງຮຽນ. ເຊັນບັນດາສັນຍາຈ້າງພະນັກງານຢູ່ພາຍໃນ. ສຳລັບຄູອາຈານ ແລະ ຜູ້ກ່ຽວຂ້ອງກັບວຽກງານຂອງໂຮງຮຽນ, ໃຫ້ຄຳປຶກສາກຳມະການບໍລິຫານຝ່າຍບຸກຄົນຢູ່ພາຍໃນ (CGPL). ສຳລັບການຮັບຕຳແໜ່ງອື່ນໆແມ່ນອີງຕາມການສະເໜີຂອງອຳນວຍການໂຮງຮຽນ. ກຳນົດຄ່າລົງທະບຽນ ແລະ ຄ່າຮຽນ, ສ້າງລະບຽບການຈ່າຍຄ່າຮຽນ ແລະ ກຳນົດຄ່າກິດຈະກຳ ແລະ ການປະກອບສ່ວນ ອື່ນໆຂອງຄອບຄົວພໍ່ແມ່ນັກຮຽນໃນທຸກກິດຈະກຳທີ່ໂຮງຮຽນສະເໜີ. ຕັດສິນໃຈໃນການລົງທຶນໃສ່ການຈັດຊື້ ແລະ ການກໍ່ສ້າງ, ການບຳລຸງຮັກສາ ຫຼື ການສ້ອມແປງຕຶກອາຄານ.

ກຳມະການສະຖາບັນ

ໂຮງຮຽນຝຣັ່ງສາກົນກໍ່ຄືໃນທຸກສະຖາບັນການສຶກສາຝຣັ່ງຢູ່ຕ່າງປະເທດທີ່ມີພັນທະກັບສະມາຄົມຄູອາຈານຝຣັ່ງຢູ່ຕ່າງປະເທດ. ໂຮງຮຽນໄດ້ສ້າງຕັ້ງກຳມະການສະຖາບັນ, ກຳມະການໂຮງຮຽນ ແລະ ກຳມະການຊັ້ນສອງ. ກຳມະການສະຖາບັນ ກຳມະການສະຖາບັນແມ່ນພາກສ່ວນທີ່ສຳຄັນທີ່ຈັດການບັນດາວຽກງານຂອງສະຖາບັນ. ກຳມະການນີ້ແມ່ນລວມຢູ່ໃນກຳມະການທີ່ໜຶ່ງ ແລະ ກຳມະການຊັ້ນສອງ.. ພາລະບົດບາດ 1° ຮັບຮອງ : ໂຄງການຂອງໂຮງຮຽນໂດຍການສະເໜີຂອງກຳມະການໂຮງຮຽນ ແລະ ກຳມະການລະດັບສອງ. ລະບຽບພາຍໃນຂອງໂຮງຮຽນຫຼັງຈາກໄດ້ປຶກສາກັບບັນດາພາກສ່ວນ (ກຳມະການທີ່ປຶກສາໂຮງຮຽນ, ກຳມະການລະດັບສອງ ແລະ ກຳມະການຜູ້ນຳນັກຮຽນກ່ຽວກັບວຽກງານຊັ້ນມໍປາຍ). ຊົ່ວໂມງສິດສອນ ແລະ ຕາຕະລາງການຮຽນ-ການສອນປະຈຳປີ. ແຜນການສຶກສາເພື່ອປັບເຂົ້າແຜນປະຈຳປີ. ແຜນຝຶກອົບຮົມພະນັກງານຂອງໂຮງຮຽນໃນທຸກຂະແໜງການໂດຍການສະເໜີຂອງໜ່ວຍງານຮັບຜິດຊອບການຝຶກອົບຮົມ. 2° ໃຫ້ຄຳຄິດເຫັນ : ແຜນການຈ້າງພະນັກງານຂອງໂຮງຮຽນ (ສ້າງຕຳແໜ່ງງານໃໝ່, ລົບລ້າງ ຫຼື ປ່ຽນແປງ). ສະເໜີດັດແກ້ບັນດາໂຄງສ້າງວິຊາການ. ແຜນການກິດຈະກຳຂອງສະໂມສອນກິລາທີ່ມີຕາຕະລາງເຄື່ອນໄຫວຂອງຄະນະ ແລະ ສະໂມສອນທີ່ຢູ່ໃນໂຮງຮຽນໂດຍອີງໃສ່ຕາຕະລາງເວລາ ແລະ ສະຖານທີ່. ບັນດາປະເດັນຄວາມສະອາດ, ຄວາມປອດໄພຂອງທຸກຄົນໃນທົ່ວໂຮງຮຽນ. ບັນດາປະເດັນເງື່ອນໄຂສະພາບແວດລ້ອມການເຮັດວຽກຂອງພະນັກງານ. ບັນດາປະເດັນທີ່ກ່ຽວຂ້ອງກັບການຕ້ອນຮັບ ແລະ ໃຫ້ຂໍ້ມູນແກ່ພໍ່ແມ່ນັກຮຽນ ແລະ ບັນດາຂອດວຽກທົ່ວໄປກ່ຽວກັບການປະກອບສ່ວນເຂົ້າໃນວຽກງານຂອງໂຮງຮຽນ. ການຂື້ນແຜນ ແລະ ການໃຫ້ທຶນຂອງການເດີນທາງທັດສະນະສຶກສາ. ຈັດຕັ້ງວຽກງານກ່ຽວກັບວຽກງານໃນໂຮງຮຽນ. ຮັບຕ້ອນ ແລະ ຮັບຜິດຊອບບັນດານັກຮຽນທີ່ເປັນຄົນພິການ. ໂຮງອາຫານຂອງໂຮງຮຽນ. 3° ນອກຈາກນັ້ນ : ໃນກໍລະນີຈຳເປັນກຳມະການທີ່ປຶກສາໂຮງຮຽນສາມາດດຳເນີນການກ່ຽວກັບບັນຫາຄວາມບໍ່ສະອາດ, ຄວາມປອດໄພ ແລະ ສະພາບແວດລ້ອມໃນການເຮັດວຽກຂອງພະນັກງານ. ຄະນະກຳມະການອາດຮອກແມ່ນລວມຢູ່ໃນກຳມະການໃຫ້ຄຳປຶກສາສະຖາບັນ ແລະ ດຳເນີນງານກະກຽມວຽກຂອງກຳມະການທີ່ປຶກສາ. ງົບປະມານ ແລະ ບັນຊີການເງິນຂອງໂຮງຮຽນ, ແຕ່ລະຄົນທີ່ມີສ່ວນກ່ຽວຂ້ອງແມ່ນເຮັດບົດລາຍງານຕາມຄຳສັ່ງ ແລະ ຕາມຫົວໜ້າບໍລິຫານ ແລະ ການເງິນເພື່ອແຈ້ງໃຫ້ຄະນະກຳມະການສະຖາບັນ (ລວມທັງການດຳເນີນງານ ແລະ ບັນດາສັນຍາ). ແຕ່ລະປີຫົວໜ້າສະຖາບັນຕ້ອງສະເໜີບົດສະຫຼຸບທາງດ້ານວິຊາການ ແລະ ບັນດາບາດກ້າວຂອງໂຄງການໃນສະຖາບັນໃຫ້ຄະນະກຳມະການສະຖາບັນຮັບຊາບ. ໂຄງປະກອບ ຄະນະກຳມະການທີ່ປຶກສາສະຖາບັນປະກອບດ້ວຍຕົວແທນຈາກສາມພາກສ່ວນທີ່ມີຈຳນວນເທົາກັນ ໃນນັ້ນລວມມີຕົວແທນຈາກພາກສ່ວນບໍລິຫານ, ຕົວແທນຈາກພາກສ່ວນບຸກຄະລາກອນຂອງໂຮງຮຽນ ແລະ ມາຈາກຕົວແທນພໍ່ແມ່ນັກຮຽນ. ຈຳນວນສະມາຊິກທີ່ມີສິດແມ່ນກຳນົດຈຳນວນຂອງກຳມະການຂອງໂຮງຮຽນ. ຈຳນວນຜູ້ມີສິດລວມມີ 5 ທ່ານ : ຫົວໜ້າຝ່າຍການທູດ ຫຼື ຕົວແທນ, ຫົວໜ້າສະຖາບັນ, ອຳນວຍການດ້ານບໍລິຫານ ແລະ ດ້ານການເງິນ; ທີ່ປຶກສາດ້ານການສຶກສາ, ອຳນວຍການຊັ້ນປະຖົມ. ສະມາຊິກ 5 ທ່ານແມ່ນຕົວແທນຂອງພະນັກງານ ແລະ ອີກ 5 ທ່ານແມ່ນຜູ້ໃຊ້ບໍລິການເຊິ່ງ 3 ທ່ານແມ່ນພໍ່ແມ່ນັກຮຽນ. ໃນຈຳນວນຕົວແທນຂອງພະນັກງານຕ້ອງໄດ້ເອົາໃຈໃສ່ການແບ່ງປັນໃຫ້ສົມດູນລະຫ່ວ່າງຄູອາຈານໃນຊັ້ນປະຖົມ ແລະ ຊັ້ນມັດທະຍົມ. ຄະນະກະມະການທີ່ປຶກສາແມ່ນນຳພາໂດຍຫົວໜ້າສະຖາບັນ ຫຼື ໃນກໍລະນີຈຳເປັນແມ່ນຜູ້ຊ່ວຍສາມາດນຳພາແທນ. ບັນດາສະມາຊິກສາມາດສະເໜີຄຳເຫັນໄດ້ : ທີ່ປຶກສາຂອງປະເທດຝຣັ່ງ ຫຼື ຕົວແທນ. ທີ່ປຶກສາດ້ານກົງສຸນໃນເຂດທີ່ກ່ຽວຂ້ອງ. ພະນັກງານທີ່ເປັນຄົນພື້ນຖານສອງທ່ານເຊິ່ງເລືອກໂດຍອີງໃສ່ຄວາມຮູ້ຄວາມສາມາດດ້ານສັງຄົນ, ເສດທະກິດ ແລະ ວັດທະນະທຳໂດຍການສະເໜີຂອງຫົວໜ້າສະຖາບັນ. ປະທານສະມາຄົມສິດເກົ່າ ຫຼື ຕົວແທນ. ຕົວແທນສອງທ່ານຈາກກຳມະການທີ່ປຶກສາດ້ານບໍລິຫານ-ຄຸ້ມຄອງສະຖາບັນ. ຜູ້ປະສານງານທີ່ເປັນຂັ້ນນຳຂອງສະມາຄົມຄູອາຈານຝຣັ່ງຢູ່ຕ່າງປະເທດ.

ກຳມະການທີ່ປຶກສາໂຮງຮຽນ

ໂຮງຮຽນຝຣັ່ງສາກົນວຽງຈັນກໍ່ຄືໂຮງຮຽນຝຣັ່ງແຫ່ງອື່ນຢູ່ຕ່າງປະເທດ ມີພັນທະສັນຍາກັບ ສະມາຄົມຄູອາຈານຝຣັ່ງຢູ່ຕ່າງປະເທດ, ໂດຍມີກຳມະການທີ່ປຶກສາໂຮງຮຽນທີ່ຂື້ນກັບຄວາມຮັບຜິດຊອບຂອງຜູ້ອຳນວຍການໂຮງຮຽນ. ພາລະບົດບາດ ຮັບຮອງກົດລະບຽບພາຍໃນຂອງໂຮງຮຽນຕາມການສະເໜີຂອງຜູ້ອຳນວຍການໂຮງຮຽນ. ໃຫ້ຄຳເຫັນຕໍ່ກັບບັນດາບັນຫາກ່ຽວກັບວຽກງານໃນໂຮງຮຽນໂດຍສະເພາະ : ໂຄງສ້າງວິຊາການ. ຕາຕະລາງເວລາ ແລະ ຕາຕະລາງການຮຽນ-ການສອນປະຈຳປີ. ໂຄງການຂອງໂຮງຮຽນ ຫຼື ໂຄງການຂອງສະຖາບັນໃນພາກສ່ວນລະດັບທີ 1 ໂດຍອີງໃສ່ການສະເໜີຂອງຜູ້ທີ່ປຶກສາຄູ. ບັນດາກິດຈະກຳພິເສດທີ່ຊ່ວຍໃຫ້ນຳໃຊ້ບັນດາເງື່ອນໄຂຂອງໂຮງຮຽນ ແລະ ດັດປັບເຂົ້າກັບສະພາບຕົວຈິງໃຫ້ໄດ້ດີ. ເງື່ອນໄຂໃນການຈັດການເຂົ້າໂຮງຮຽນຂອງນັກຮຽນທີ່ຕ້ອງການ ການສຶກສາແບບສະເພາະ ໂດຍຄຳນຶງເຖິງພື້ນຖານ. ບັນດາໂຄງການ ແລະ ການບໍລິຫານຫ້ອງຮຽນ. ບັນຫາທີ່ກ່ຽວຂ້ອງກັບຄວາມສະອາດ, ສຸຂະພາບ ແລະ ຄວາມປອດໄພໃນກິດຈະກຳການຮຽນ-ການສອນ ແລະ ກິດຈະກໍາປິ່ນອ້ອມການຮຽນ-ການສອນ. ຫຼັກການການຄັດເລືອກອຸປະກອນ ແລະ ອຸປະກອນປະກອບການສອນ. ບັນດາບັນຫາກ່ຽວກັບການຮັບນັກຮຽນ, ການໃຫ້ຂໍ້ມູນຕໍ່ພໍ່ແມ່ນັກຮຽນ ແລະ ບັນດາການມີສ່ວນຮ່ວມຂອງພໍ່ແມ່ນັກຮຽນທີ່ມີຕໍ່ວຽກງານຂອງໂຮງຮຽນ. ໂຄງປະກອບ ກຳມະການປຶກສາໂຮງຮຽນຖຶກນຳພາໂດຍຜູ້ອຳນວຍການໂຮງຮຽນ. ສະມາຊິກປະກອບມີ : ຜູ້ອຳນວຍການໂຮງຮຽນ. ຄູສອນ 15 ຄົນເຊິ່ງໃນນັ້ນມີຢ່າງໜ້ອຍໜຶ່ງຄົນຕໍ່ລະດັບການຮຽນ-ການສອນ. ຄູສອນພາສາຝຣັ່ງທີ່ເປັນພາສາທີສອງຂອງໂຮງຮຽນ (FLESCO). ຕົວແທນພໍ່ແມ່ນັກຮຽນ 15 ທ່ານ, ໃນນັ້ນຢ່າງໜ້ອຍ 1 ຄົນຕໍ່ໜື່ງລະດັບການຮຽນ-ການສອນ. ສະມາຊິກທີ່ໃຫ້ຄຳຄິດເຫັນ : ຜູ້ອຳນວຍການໂຮງຮຽນ. ອຳນວຍການຝ່າຍບໍລິຫານ ແລະ ການເງິນ. ຜູ້ກວດກາການສຶກສາແຫ່ງຊາດທີ່ມີຫ້ອງການຕັ້ງຢູ່ບາງກອກ. ນອກຈາກນັ້ນ ຕົວແທນຂອງບຸກຄະລາກອນຝ່າຍຕ່າງໆທີ່ເຮັດວຽກໃນໂຮງຮຽນສາມາດເຂົ້າຮ່ວມ ແລະ ສະເໜີຕໍ່ກອງປະຊຸມຂອງກຳມະການທີ່ປຶກສາ. ຫຼັງຈາກການໃຫ້ຄຳເຫັນຂອງກຳມະການ ປະທານສາມາດເຊີນຜູ້ເຂົ້າຮ່ວມອອກຄຳເຫັນທີ່ເປັນປະໂຫຍດໃນໄລຍະກອງປະຊຸມ. ຕົວແທນຂອງພໍ່ແມ່ນັກຮຽນທີ່ຖຶກເລືອກຕັ້ງຕາມຄະແນນສູງສຸດ. ພະນັກງານປະຈຳກໍ່ໄດ້ຮັບການເລືອກເປັນຕົວແທນແບບດຽວກັນ. ການເຄືອນໄຫວ ກຳມະການທີ່ປຶກສາໂຮງຮຽນແມ່ນມີວາລະໜຶ່ງປີ ແລະ ດຳລົງຕຳແໜ່ງຈົນເຖິງມີການເລືອກຕັ້ງສະມາຊິກໃໝ່. ກຳມະການໂຮງຮຽນມີກອງປະຊຸມສາມັນໂດຍມີກຳນົດວັນທີຊັດເຈນຢ່າງໜ້ອຍໜຶ່ງຄັ້ງຕໍ່ພາກຮຽນ ແລະ ຕ້ອງປະຊຸມກ່ອນກອງປະຊຸມທີ່ປຶກສາສະຖາບັນ ແລະ ກ່ອນທຸກໆກຳມະການທີ່ປຶກສາພິເສດຂອງສະຖາບັນຖ້າຮູ້ວັນກຳນົດກອງປະຊຸມ. ກຳມະການສາມາດຈັດກອງປະຊຸມວິສາມັນໂດຍການສະເໜີຂອງຜູ້ອຳນວຍການ ຫຼື ຈາກສະມາຊິກຈຳນວນເຄິ່ງໜຶ່ງທີ່ມີສິດ.