ພໍ່ແມ່ນັກຮຽນທີ່ເຄົາລົບ, ນັກຮຽນທີ່ຮັກແພງ, ບັນດາທ່ານ,

ເຂົ້າຮັບຕໍາແໜ່ງໃນເດືອນກັນຍາ 2018​, ຂ້າພະເຈົ້າ​ມີ​ຄວາມ​ຍິນດີຂໍຕ້ອນຮັບທ່ານເຂົ້າ​ສູ່ໂຮງຮຽນຝຣັ່ງນາໆ​ຊາດ​ວຽງ​ຈັນ Josué Hoffet.

ເປັນ​ສະ​ຖາ​ບັນ​ການສຶກສາ​ທີ່​ມີ​ສົນທິສັນ​ຍາ* ​ນັບ​ຕັ້ງ​ແຕ່ ປີ 1991 ກັບ​ AEFE (ອົງ​ການ​ເພື່ອ​ການ​ສຶກ​ສາ​ພາ​ສາ​ຝ​ຣັ່ງ​ໃນ​ຕ່າງ​ປະ​ເທດ) ແລະ ໄດ້ຮັບການຮັບຮອງດ້ານການສິດສອນ** ຈາກກະຊວງສຶກສາທິການແຫ່ງຊາດຝຣັ່ງ​, ​ສຳ​ລັບປີການຮຽນນີ້ມີນັກຮຽນທັງໝົດ 639

ຄົນ ຕັ້ງແຕ່ຊັ້ນອານຸບານ​ຈົນເຖິງ​ຊັ້ນ​ມັດ​ທະ​ຍົມປາຍ (ສາຍສັງ​ຄົມ ແລະ ສາຍ​ວິ​ທະ​ຍາ​ສາດ). ຂ້າ​ພະ​ເຈົ້າບໍ​ລິ​ຫານ​ງານໂດຍການຮ່ວມ​ກັບ​​ຄະ​ນະຕົວ​ແທນ​ຜູ້​ປົກ​ຄອງ​​ນັກ​ຮຽນ. ຕິດຕາມຢ່າງໄກ້ຊິດຕໍ່​ກັບເງື່ອນໄຂການສຶກສາທີ່ດີຂອງ​ນັກ​ຮຽນ​ພວກ​ເຮົາ, ຂ້າພະເຈົ້າມີຄວາມປະ​ທັບ​ໃຈທີ່ສຸດທີ່ໄດ້ເຂົ້າມາໃນໂຮງຮຽນຫຼັງ

ໃຫມ່ທີ່ຫາດຊາຍຂາວ ແລະ ພົບກັບການຈັດສັນໃໝ່ທີ່ດີເລີດຂອງທີມງານສິດສອນ​ໂຮງຮຽນຊັ້ນ​ປະ​ຖົມ​ທີ່ທ່າເດື່ອ.

ໂຮງຮຽນຫຼັງໃໝ່ຊັ້ນ​ມັດ​ທະ​ຍົມທີ່ຫາດຊາຍຂາວປະກອບມີອຸປະກອນການສຶກສາຫຼາຍຢ່າງທີ່ມີຄຸນນະພາບ ແລະ ທັນສະໃໝ ເຊັ່ນ : ອຸປະ

ກອນຄອມພິວເຕີ້, ຫອ້ງທົດລອງວິທະຍາສາດທີ່ໄດ້ຄຸນນະພາບ, ຫອ້ງສະໝຸດທີ່ມີເນື້ອທີ່ກ້ວງຂວາງ ເປັນພຶ້ນທີ່ສວຍງາມສໍາລັບການອ່ານ

ແລະ ຄົ້ນຄົ້ວ. ເດີ່ນກິລາທີ່ເຕັມໄປດ້ວຍພື້ນທີ່ສໍາລັບກິລາຫຼາຍປະເພດ, ເດີ່ນເຕະບານ, ຫອ້ງຊອ້ມເຕັ້ນ ແລະ ສະລອຍນໍ້າ​ທີ່​ມີຂະໜາດ

ໃຫຍ່ເຄິ່ງໜຶ່ງຂອງສະລອຍ​ນ້ຳສໍາລັບແຂ່ງໂອລິມປິກ.

ການດໍາລົງຊີວິດຮ່ວມກັນບໍ່ໄດ້ຖືກລືມ ເພາະວ່ານັກຮຽນໄດ້ນໍາໄຊ້ເດີ່ນຫຼິ້ນຂະ​ໜາດ​ໃຫຍ່, ການບໍລິການຂອງຮ້ານອາຫານທີ່ໜ້າປະທັບໃຈ ແລະ ຫອ້ງກິດຈະກໍາການສຶກສາຂອງນັກຮຽນຊັ້ນມັດທະຍົມປາຍທີ່ກ້ວງຂວາງ. ສ່ວນຜູ້ປົກຄອງຈະຖືກຮັບຕອ້ນໃນສະຖານທີ່ທີ່ຖືກຈັດໃຫ້

ສະເພາະ.

ມຸມມອງດ້ານການສຶກສາ, ປີການຮຽນນີ້ເລີ້ມຕົ້ນພາຍໄຕ້ຄວາມສຸກ ໂດຍໃນໄລຍະງານປິດເທດສະການ ອາທິດໂຮງຮຽນຝຣັ່ງໃນທົ່ວໂລກ ໄດ້ມີການມອບໃບຮັບຮອງລະດັບພາສາ 323ໃບ ໃຫ້ນັກຮຽນພວກເຮົາ (ພາສາອັງກິດ, ພາສາແອດສະປາຍ, ພາສາຝຣັ່ງ, ພາສາລາວ ແລະ ພາສາຈີນ) ຊຶ່ງທ່ານທູດຝຣັ່ງປະຈໍາລາວໄດ້ໃຫ້ກຽດເຂົ້າຮ່ວມງານ. ການສື່ສານດ້ວຍຫຼາຍພາສາແມ່ນເປົ້າໜາຍຕົ້ນຕໍ່ຂອງໂຄງການ

ສິດສອນຂອງໂຮງຮຽນ. ໃນປີການຮຽນນີ້ ພວກເຮົາໄດ້ດໍາເນີນການສິດສອນໂດຍໄຊ້ຮູບແບບໃໝ່ໃນຊັ້ນມັດທະຍົມ PARLE (ຫຼັກສູດປັບ

ປຸງ ແລະ ເສີມຂະຫຍາຍດ້ານພາສາຕ່າງປະເທດ ທຽບເທົ່າກັບຫຼັກສູດ EMILE ທີ່ມີຢູ່ແລ້ວໃນຊັ້ນປະຖົມ) ທີ່ເຫັນພ​ອ້ມໃຫ້ສິດສອນເປັນ

ພາສາອັງກິດໃນເວ​ລາສວ່ນໜຶ່ງຂອງຊົ່ວໂມງຮຽນຂອງບາງວິຊາ (ວິຊາປະຫວັດສາດ-ພູມສາດ, ວິຊາເຕັກໂນໂລຊີ, ວິຊາກິລາ, ວິຊາເລກ). ພວກເຮົາບໍ່ລືມຄວາມສໍາ​ຄັນຂອງການຮຽນພາສາຝຣັ່ງ ໂດຍໄດ້ເພີ້ມຊົ່ວໂມງສອນສະເພາະພາສາຝຣັ່ງທີ່ເອີ້ນວາ FLESco (ພາສາຝຣັ່ງ ພາສາຮຽນຕົ້ນຕໍໃນ​ໂຮງ​ຮຽນ) ເປັນຊົ່ວໂມງຮຽນທີ່ເຮັດໃຫ້ນັກຮຽນທີ່ບໍ່ເວົ້າພາສາຝຣັ່ງສາມາດພັດທະນາພາສາຝຣັ່ງຂອງຕົນໄດ້ໄວຂຶ້ນ.

ຂ້າພະເຈົ້າຈະຂໍນັດພົບບັນດາທ່ານໃນໄວໆນີ້ເພື່ອປຶກສາຫາລືເຖິງການປະຕິຮູບ​​ຫຼັກ​ສູດ​ການ​ສິດ​ສອນຂອງໂຮງຮຽນ: ການສິດສອນສະເພາະບຸກຄົນເປັນ​ຮູບ​ແບບ​ການສິດ​ສອນ​​ທີ່ຈະສະທ້ອນໃຫ້ເຫັນເຖິງຄວາມ​ສົນ​ໃຈ ແລະ ຄວາມສາມາດຂອງນັກຮຽນພວກເຮົາ.

ຂ້າພະເຈົ້າຂໍອວຍພອນໃຫ້ປິການຮຽນນີ້ເປັນປີທີ່ສົດໃສສໍາລັບທ່ານ.

Sylvie Le Roy

 

* ສະ​ຖາ​ບັນ​ການສຶກສາ​ທີ່​ມີ​ສົນທິສັນ​ຍາ : ໝາຍເຖີງ​ສະ​ຖາ​ບັນ​ການ​ສຶກ​ສາທີ່​ຖືກຄຸ້ມ​ຄອງ​ໂດຍ​ສະ​ມາ​ຄົມ​ທີ່​ມີ​ສິດເອກະລາດ, ມີສົນທິສັນຍາ​ດ້ານການບໍລິ

ຫານ, ການເງິນ ແລະ ການສິດສອນ ທີ່​ຂຶ້​ນ​ກັບ AEFE ໂດຍສະເພາະກ່ຽວກັບເງື່ອນໄຂການຈ່າຍ​ເງິນ​ເດືອນໃຫ້ກັບພະນັກງານລັດສັງກັດກະຊວງສຶກ

ສາທິການແຫ່ງຊາດຝຣັ່ງ ແລະ ກ່ຽວກັບການພິຈາລະນາມອບທຶນຊ່ວຍເຫຼືອຕ່າງໆໃຫ້​ໂຮງ​ຮຽນ.

** ສະ​ຖາ​ບັນ​ການສຶກສາ​ທີ່ໄດ້ຮັບການຮັບຮອງ:ຮັບປະກັນຄຸນນະພາບຫຼັກສູດການສຶກສາທີ່ສອນ ແລະ ຮັບປະກັນໃຫ້ສອດຄອ່ງກັບເປົ້າໝາຍການສິດສອນ ແລະ ຫຼັກການພື້ນຖານຂອງການສຶກສາສາທາລະນະໃນປະເທດຝຣັ່ງ.