ໂຮງຮຽນປະຖົມແມ່ນຊັ້ນທຳອິດຂອງການຮຽນ-ການສອນ. ເຊິ່ງປະກອບດ້ວຍຊັ້ນອະນຸບານ ແລະ ຊັ້ນປະຖົມ. ໃນຊັ້ນຮຽນນີ້ແມ່ນການສອນພື້ນຖານທີ່ຈຳເປັນເພື່ອໃຫ້ນັກຮຽນ, ເພື່ອຮຽນຮູ້ໃນລະດັບສູງກວ່າ ແລະ ເພື່ອກຽມພວກເຂົາໃຫ້ເປັນພົນລະເມືອງທີ່ມີຄຸນນະພາບ. ບັນດາໜ້າວຽກນີ້ໄດ້ບັນຈຸໃນການສ້າງກົດໝາຍການສ້າງຕັ້ງໂຮງຮຽນ ທີ່ ຖຶກນຳໃຊ້ໃນເດືອນ 07 ປີ 2013 ທ່ານສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ :

http://eduscol.education.fr/pid30380/l-ecole-primaire-et-la-refondation.html

ໂຄງສ້າງ

  • ລະດັບທີ 1 ແມນ່ລະດັບເພື່ອຮຽນຮູ້ໃນລະດັບໜຶ່ງ ໃນນີ້ລວມມີຊັນອະນຸບານ 1, ອະນຸບານ 2 ແລະ ປໍກຽມ. ຕໍ່ຈາກນັ້ນຈະແມ່ນໄລຍະຮຽນພາກບັງຄັບ.

ໃນສົກຮຽນປີ 2016, ພື້ນຖານຫຼັກອັນໃໝ່ໄດ້ນຳເຂົ້າມານຳໃຊ້. ພື້ນຖານນີ້ແມ່ນລວມຢູ່ໃນ 5 ຂະແໜງ ເຊິ່ງໃຫ້ເຫັນໄດ້ບັນດາຈຸດປະສົງຂອງຫຼັກສູດຂອງໂຮງຮຽນປະຖົມ ແລະ ມັດທະຍົມທີ່ບັນຈຸພື້ນຖານຫຼັກໃນຫຼັກສູດການຮຽນ.

  • ລະດັບ 2 ແມ່ນການຮຽນພື້ນຖານ : ປໍ1, ປໍ2 ແລະ ປໍ3.
  • ລະດັບ 3 ແມ່ນລະດັບຮັດແໜ້ນຄວາມຮູ້ : ປໍ4, ປໍ5 ແລະ ມໍ1.
  • ລະດັບ4 ແມ່ນລະດັບລົງເລິກ : ມໍ2, ມໍ3 ແລະ ມໍ4.

ຮູບແບບຫຼັກ

ບັນດາຫຼັກສູດໄດ້ນຳໃຊ້ພື້ນຖານຫຼັກຂອງຄວາມຮູ້, ຄວາມສາມາດ ແລະ ວັດທະນະທຳອັນດຽວກັນ.
ຫຼັກສູດໃໝ່ຂອງການສອນໃນໂຮງຮຽນປະຖົມ ແລະ ມັດທະຍົມແມ່ນຮັບປະກັນໃຫ້ມີຄວາມຮູ້ ແລະ ຄວາມສາມາດພື້ນຖານ ເຊິ່ງໄປຕາມບັນດາຈຸດປະສົງທີ່ກຳນົດໄວ້ໂດຍພື້ນຖານຫຼັກທີ່ເປັນໜຶ່ງດຽວ ໃນນັ້ນຈະລວມຢູ່ໃນ 5 ຂະແໜງຄື :

  • ບັນດາພາສາເພື່ອໃຊ້ຄິດ ແລະ ສື່ສານ
  • ບັນດາວິທີການ ແລະ ເຄື່ອງມືເພື່ອໃຊ້ຮຽນ
  • ການສ້າງຄົນ ແລະ ພົນລະເມືອງ
  • ລະບົບທີ່ໃຊ້ແບບທຳມະຊາດ ແລະ ລະບົບແບບເຕັກນິກ
  • ຄວາມຮັບຮູ້ກ່ຽວກັບໂລກ
  • ກິດຈະກຳຂອງມະນຸດ

ບັນດາຫຼັກສູດໃໝ່ທີ່ຖຶກຈັດລຽງຢ່າງເໝາະສົມ ແລະ ມີຄວາມກ້າວໜ້າກວ່າ
ການຈັດເປັນລະດັບເຮັດໃຫ້ຫຼັກສູດໃໝ່ຂອງໂຮງຮຽນຕ້ອງຕອບສະໜອງຕໍ່ຫຼັກການຄິດແບບໃໝ່. ເຊິ່ງຈັດໃນໂຄງ ການລວມທີ່ດຶງດູດກວ່າຕໍ່ຄວາມຫຼາກຫຼາຍຂອງວົງຈອນການຮຽນຮູ້.

ແຕ່ລະຫຼັກສູດຂອງແຕ່ລະລະດັບຖຶກຈັດເປັນ 3 ສ່ວນເພີ່ມເຕີມ :

  • ພາກທີ 1 ສະແດງເຖິງຄວາມທ້າທາຍ ແລະ ຈຸດປະສົງການສອນຂອງລະດັບ, ໃນຄວາມມຸງໝາຍລວມຂອງການຮຽນພາກບັງຄັບ ແລະ ການສະສົມຄວາມຮູ້ແບບຕໍ່ເນື່ອງໃນວັດທະນະທຳອັນໜຶ່ງດຽວ ເຊິ່ງກຳ ນົດໂດຍຫຼັກພື້ນຖານລວມ.
  • ພາກທີ່ 2 ລວບລວມບັນດາສ່ວນປະກອບໃນຂະແໜງວິຊາຕ່າງໆ ຫຼື ບັນດາວິຊາເພື່ອໃຫ້ມີແຕ່ລະອັນຂອງ 5 ຂະແໜງການສອນໃນຫຼັກພື້ນຖານລວມ.
  • ພາກທີ 3 ແມ່ນເຈາະຈົງໂດຍຂະແໜງວິຊາ ຫຼື ບັນດາວິຊາ, ລະດັບການຮັບຮູ້ທີ່ກຳນົດຫຼັງຈາກການຮຽນຂອງແຕ່ລະຊັ້ນໃນຄວາມສາມາດ ແລະ ຄວາມຮູ້ທີ່ໄດ້ຈາກການຮຽນ ແລະ ການເຄື່ອນໄຫວ, ບັນດາວິທີການ, ບາດກ້າວ ແລະ ບັນດາເຄື່ອງມືທີ່ອາຈານສາມາດນຳໃຊ້. ບັນດາຈຸດເລີ່ມຂອງຄວາມກ້າວໜ້າເພື່ອຈັດການຮຽນໃຫ້ນັກຮຽນໃນ 3 ປີຮຽນ.

ELEVES NON FRANCOPHONES en lao

ພໍ່ແມ່ນັກຮຽນ

ເພື່ອໃຫ້ວຽກງານມີຄວາມກ້າວໜ້າ, ໂຮງຮຽນປະຖົມແມ່ນຮ່ວມກັບພໍ່ແມ່ນັກຮຽນຢ່າງເຕັມສ່ວນ. ໃນໝວດຄຸນນະ ພາບຂອງການພົວພັນລະຫວ່າງໂຮງຮຽນ ແລະ ພໍ່ແມ່ນັກຮຽນແມ່ນມີຄວາມສຳຄັນທີ່ສຸດ : ສິ່ງນີ້ຊ່ວຍໃນຜົນສຳເລັດ ຂອງນັກຮຽນແຕ່ລະຄົນ ແລະ ຊ່ວຍໃນການເຄື່ອນໄຫວທີ່ສະດວກຂອງໂຮງຮຽນ. ທ່ານອຳນວຍການໂຮງຮຽນໄດ້ຈັດຕັ້ງ ແລະ ນຳພາວຽກລວມໃນໂຮງຮຽນ ແລະ ແມ່ນຄູ່ສົນທະນາທຳອິດໃຊ້ກັບຄູ່ຮ່ວມມືຂອງໂຮງຮຽນ.

ກິດຈະກຳການຮຽນ-ການສອນເພີ່ມເຕີມ

ກົດໝາຍກ່ຽວກັບການດັດປັບ ແລະ ການສ້າງຫຼັກສູດເພື່ອກໍຕັ້ງໂຮງຮຽນລັດທີ່ນຳໃຊ້ໃນເດືອນ 07 ປີ 2013 ໄດ້ໃຫ້ສິດພິເສດແກ່ໂຮງຮຽນປະຖົມ. ບັນດາກິດຈະກຳການສອນເພີ່ມເຕີມໄດ້ເປັນເຄື່ອງມືທີ່ຕ້ອງປະກອບສ່ວນໃນຫຼັກພື້ນຖານຮ່ວມຂອງຄວາມຮູ້, ຄວາມສາມາດ ແລະ ວັດທະນະທຳ ແລະ ຜົນສຳເລັດຂອງນັກຮຽນທຸກຄົນໂດຍໃຫ້ໂອກາດທຸກໆຄົນຮັບເອົາຄວາມຮູ້ພື້ນຖານ ແລະ ນຳໄປໃຊ້ໃນສັງຄົມ ແລະ ຊີວິດສ່ວນຕົວ.
ກິດຈະກຳຂອງໂຮງຮຽນຝຣັ່ງໂຢຊຸຍເອ-ອົບເຟແມ່ນປະຕິບັດໃນວັນອັງຄານແຕ່ເວລາ 15 ໂມງຫາ 16 ໂມງ ນອກນັ້ນຍັງໄດ້ເພີ່ມ 26 ຊົ່ວໂມງໃສ່ໃນເວລາຮຽນຕໍ່ເທີມຮຽນ. ກິດຈະກຳເຫຼົ່ານີ້ດຳເນີນເປັນກຸ່ມນັກຮຽນ ແລະ ຖຶກຈັດຕັ້ງໂດຍຄູອາຈານ ແລະ ນຳມາປະຕິບັດໃຕ້ຄວາມຮັບຜິດຊອບຂອງຕົນ.
ບັນດາກິດຈະກຳການສອນເພີ່ມເຕີມຊ່ວຍໃຫ້ :

  • ການຊ່ວຍເຫຼືອໃຫ້ນັກຮຽນທີ່ພົບກັບຄວາມຫຍຸ້ງຍາກໃນການຮຽນຂອງຕົນ
  • ການຊ່ວຍໃນວຽກສ່ວນຕົວ
  • ການເລີ່ມປະຕິບັດກິດຈະກຳໃດໜຶ່ງທີ່ວາງໄວ້ໂດຍໂຄງການຂອງໂຮງຮຽນ

ເວລາທີ່ວາງໄວ້ສຳລັບກິດຈະກຳເພີ່ມເຕີມກັບນັກຮຽນທີ່ຄູອາຈານຮັບຜິດຊອບແມ່ນ 36 ຊົ່ວໂມງ.
ບັນດາເຄື່ອງມືທີ່ກ່ຽວຂ້ອງກັບການຈັດການຮຽນແບບອີງໃສ່ຄວາມສາມາດ (APC) ແມ່ນໄດ້ບັນຈຸຢູ່ໃນກອງປະຊຸມຂອງໂຮງຮຽນເພື່ອນຳເຂົ້າໃສ່ໃນໂຄງການຂອງໂຮງຮຽນ. ເບິ່ງຂໍ້ມູນໄດ້ທີ່ :

http://eduscol.education.fr/cid74795/les-activites-pedagogiques-complementaires.html