ປະຖົມນິເທດ

ການມີໜ້າ ແລະ ບົດບາດຂອງ PRIO ທີ່ໂຮງຮຽນໂອບເຟ

ໜ້າທີ່ຂອງທີ່ປຶກສາ PRIO ແມ່ນຕ້ອນຮັບ, ໃຫ້ຂໍ້ມູນ, ໃຫ້ຄຳແນະນຳ ແລະ ຊ່ວຍເຫຼືອນັກຮຽນໃນການສ້າງໂຄງການຮຽນ ແລະ ໂຄງການອາຊີບຂອງພວກເຂົາໃນໄລຍະເປັນນັກຮຽນ. ຂ້າພະເຈົ້າສະເໜີໃຫ້ນັກຮຽນຮູ້ກ່ຽວກັບບັນດາວິທີການເພື່ອຊ່ວຍໃຫ້ພວກເຮົາໃນການຕັດສິນໃຈທີ່ຖືກຕ້ອງສອດຄ່ອງກັບໂຄງການທີ່ມີປະໄຫຍດ ແລະ ຄວາມສາມາດຂອງພວກເຂົາ. ນີ້ແມ່ນວຽກທີ່ສ້າງຂື້ນແບບສ່ວນຕົວ ແລະ ຕ້ອງໄດ້ໃຊ້ເວລາເພື່ອດຳເນີນ (ຕອນເລີ່ມໃນການນຳພາແບບສ່ວນຕົວທີ່ໄວເທົ່າທີ່ເປັນໄປໄດ້ແມ່ນມີຄວາມສຳຄັນ) ແລະ ນັ້ນແມ່ນຄວາມໝາຍຂອງການນຳພາ.
ນັກຮຽນຊັ້ນມໍຕົ້ນ ແລະ ມໍປາຍກໍໄດ້ຮັບປະໂຫຍດຈາກກອງປະຊຸມເພື່ອໃຫ້ຂໍ້ມູນກ່ຽວກັບການຮຽນ, ກ່ຽວກັບບັນດາວິຊາ ຊີບ, ກ່ຽວກັບບໍລິສັດເອກະຊົນ ແລະ ບັນດາກິດຈະກຳທີ່ກ່ຽວຂ້ອງກັບຄວາມຮູ້ກ່ຽວກັບບັນດາສາຍຮຽນ ແລະ ເຝິກອົບຮົມ, ກ່ຽວກັບຂະແໜງເສດຖະກິດ ແລະ ວຽກເຮັດງານທຳ.
ການສຳມະນາເພື່ອໃຫ້ຄວາມຮູ້ດ້ານອາຊີບໄດ້ຈັດຂື້ນທຸກໆປີ. ກອງປະຊຸມໂຕະມົນທີ່ມີບັນດາຜູ້ຊ່ຽວຊານມືອາຊີບມາຮ່ວມສົນ ທະນາເພື່ອໃຫ້ນັກຮຽນ ແລະ ພໍ່ແມ່ນັກຮຽນໄດ້ຮູ້ກ່ຽວກັບຄວາມສະເພາະຂອງຂະແໜງການ, ບັນດາຂໍ້ຫຍຸ້ງຍາກ ແລະ ບັນດາ ຂໍ້ດີຂອງອາຊີບທີ່ແຕກຕ່າງກັນ ຂອງແຕ່ລະຂະແໜງການ. ໃນຕອນທ້າຍກໍ່ມີລະຄອນທີ່ເນື້ອໃນກ່ຽວຂ້ອງກັບວິຊາຊີບຂອງແຕ່ ລະຂະແໜງ ເຊິ່ງນັກຮຽນຊັ້ນມໍປາຍໄດ້ຕັ້ງຄຳຖາມຕ່າງໆ ທີ່ຄົນໜຸ່ມສາວກຳລັງເລືອກທີ່ຈະຮຽນໃນແຕ່ລະສາຍ. ເນື້ອຫາຂອງລະຄອນແມ່ນສະແດງເຖິງຄວາມແຕກຕ່າງຂອງວຽກງານແຕ່ລະຂະແໜງ. ເຄືອຂ່າຍຂອງພໍ່ແມ່ນັກຮຽນ, ອະດີດນັກຮຽນ ແລະ ບັນດາບໍລິສັດພາຍໃນແມ່ນໄດ້ເຂົ້າຮ່ວມສຳມະນາ. ນັກຮຽນຊັ້ນມໍຕົ້ນ ແລະ ມໍປາຍແມ່ນຫ້າວຫັນໃນການດຳເນີນການກະກຽມການສຳມະນາ (ເຄື່ອງມືການສື່ສານ, ການກະກຽມສະຖານທີ່ ແລະ ອື່ນໆ).
ບັນດາກິດຈະກຳທີ່ນັກຮຽນສະເໜີໃນລັກສະນະສ່ວນຕົວແມ່ນຖືກຕິດຕາມເປັນແຕ່ລະກໍລະນີໄປ (ມີການປືກສາແບບສ່ວນ ຕົວຫຼາຍໆຄັ້ງໃນໜຶ່ງປີ) ນີ້ຈະຊ່ວຍໃຫ້ນັກຮຽນຮູ້ປັບຕົວໃນເວລາຮຽນຊັ້ນມໍ4, ມໍ5, ມໍ6 ແລະ ມໍ7 ເພື່ອ :
ຕັດສິນໃຈເລືອກສາຍຮຽນໃຫ້ສອດຄ່ອງກັບໂຄງການສຶກສາ,
ກຳແໜ້ນຄວາມຮູ້ກ່ຽວກັບສາຍຮຽນຊັ້ນມໍປາຍໂດຍຕິດຕາມການສະເໜີໂດຍນຳໃຊ້ເຄື່ອງສາຍ « ຫຼັງຈາກຫ້ອງ ມໍຕົ້ນ ການເລືອກຮຽນຕໍ່ໃນສາຍທີ່ຢູ່ຊັ້ນມໍປາຍ » ທີ່ສະແດງເຖິງລັກສະນະສະເພາະ, ເນື້ອໃນການສອນຂອງແຕ່ລະສາຍ ແລະ ຫຼັງຈາກຊັ້ນມໍປາຍ, ການຮຽນບັນດາສາຍວິຊາຫຼັງຈາກຊັ້ນມໍ 4,
ກຳແໜ້ນຄວາມຮູ້ກ່ຽວກັບສາຍຮຽນທີ່ແຕກຕ່າງກັນຫຼັງຈາກຊັ້ນມໍປາຍ,
ເລືອກສາຍຮຽນທີ່ສອດຄ່ອງກັບຄວາມທະໜັດ, ຄວາມສົນໃຈ ແລະ ແຜນການດ້ານອາຊີບ.
ການນຳໃຊ້ « ສາຍຮຽນໃນອະນາຄົດ » ແບບສ່ວນບຸກຄົນ, ການໃຫ້ຂໍ້ມູນທີ່ຈະເລືອກສາຍຮຽນ ແລະ ການຮູ້ກ່ຽວກັບຂະ ແໜງເສດຖະກິດ ແລະ ບັນດາອາຊີບ : ມີຈຸດປະສົງເພື່ອສົ່ງເສີມສາຍຮຽນທີ່ເລືອກ ແລະ ປະຕິບັດ, ຜົນຂອງການເລືອກທີ່ມີການພິຈາລະນາ ແລະ ການເລືອກໃນລັກສະນະສ້າງສັນແມ່ນຊ່ວຍໃຫ້ນັກຮຽນທີ່ຖືກນຳພາໃນໄລຍະການຮຽນຊັ້ນມັດທະຍົມສາມາດສ້າງໂຄງການເພື່ອເລືອກສາຍຮຽນ ແລະ ສາຍອາຊີບ. ໂຄງການແບບສ່ວນບຸກຄົນນີ້ແມ່ນວິທີການໃຫ້ຂໍ້ມູນທີ່ແທ້ຈິງໃນ ການເລືອກສາຍຮຽນ ແລະ ຮູ້ກ່ຽວກັບຂະແໜງເສດຖະກິດ ແລະ ດ້ານອາຊີບ. ໂຄງການນີ້ຖືກກຳນົດຈາກຄວາມຮັບຜິດຊອບຂອງຫົວໜ້າສະຖາບັນລວມທັງນັກຮຽນ ແລະ ພໍ່ແມ່ນັກຮຽນໂດຍການປະກອບສ່ວນຂອງຜູ້ເຮັດວຽກໃນອົງການສຶກສາ ແລະ ຜູ້ຢູ່ໃນຂະແໜງການຕ່າງໆ.

ຮູບສະແດງເກັບບັນດາຂໍ້ມູນຂອງສາຍຮຽນທີ່ນັກຮຽນສ້າງໂຄງການການຮຽນ ແລະ ການເລືອກຂະແໜງການຮຽນ.
ຮຽນເພື່ອຈະຫັນທິດ
ຄວາມສາມາດຂອງການຫັນທິດທີ່ອີງໃສ່ຄວາມຮູ້ ແລະ ຄວາມສາມາດທີ່ມີໃນສາມຂະແໜງ :
ຄວາມຮູ້ກ່ຽວກັບຕົນເອງ
ຄວາມຮູ້ກ່ຽວກັບສາຍຮຽນ
ຄວາມຮູ້ກ່ຽວກັບອາຊີບ, ກ່ຽວກັບຂະແໜງເສດຖະກິດ ແລະ ວິຊາຊີບ
ການສະສົມຄວາມຮູ້ເພື່ອພັດທະນາໃນໄລຍະຍາວໃນແບບຕໍ່ເນື່ອງໃນໄລຍະການຮຽນຊັ້ນມໍຕົ້ນ ແລະ ມໍປາຍໃນຫຼາຍໆຮູບແບບ :
ກິດຈະກຳໃນຫ້ອງຮຽນ
ການປືກສາແບບສ່ວນຕົນ
ບັນດາການຈັດງານ ແລະ ກິດຈະກຳທີ່ປະກອບສ່ວນໂດຍບັນດາຄູ່ຮ່ວມມືໃນຂະແໜງການເສດຖະກິດ ແລະ ວິຊາຊີບ (ການເຝິກຫັດ, ການທັດສະນະ, ການເຂົ້າຮ່ວມງານ ...)
ເຫດຜົນໃດທີ່ເລືອກການຮຽນ-ການສອນຂອງຝຣັ່ງຢູ່ຕ່າງປະເທດ ?
ບັນດາສະຖາບັນການຮຽນ-ການສອນຂອງຝຣັ່ງຢູ່ຕ່າງປະເທດສ້າງບັນດາຄຸນຄ່າທີ່ດີເລີດ, ແບ່ງປັນ ແລະ ເປັນຕົວແບບ. ເຊິ່ງນັກຮຽນສາມາດສືບຕໍ່ການຮຽນທີ່ມີຄຸນນະພາບລະດັບສາກົນເຊິ່ງມີແຜນການສືກສາແບບຝຣັ່ງ ແລະ ສົ່ງຕໍ່ໃຫ້ບັນດາປະເທດຕ່າງໆ. ມີໂຮງຮຽນ 494 ແຫ່ງລວມທັງຊັ້ນມໍຕົ້ນ ແລະ ມໍປາຍໃນ 136 ປະເທດທີ່ມີການຮຽນ-ການສອນອີງໃສ່ຄຸນນະພາບ ທີ່ຫຼັກສູດການສືກສາແຫ່ງຊາດຝຣັ່ງກຳນົດໄວ້. ບັນສະຖາບັນທີ່ຢູ່ໃຕ້ການຄຸ້ມຄອງຂອງການສຶກສາແຫ່ງຊາດຝຣັ່ງເປັນສະຖາບັນທີ່ເຕັມໄປດ້ວຍຄຸນຄ່າລະດັບສາກົນ-ມີຄວາມປັບຕົວສູງ, ມີມະນຸດສະທຳ, ມີຄວາມສະເໝີພາບຕໍ່ກາລະໂອກາດ, ມີຄວາມໃຝ່ຫາຄວາມຮູ້, ມີການສົ່ງເສີມການອອກຄຳເຫັນ ແລະ ຊ່ວຍໃຫ້ສືບຕໍ່ການຮຽນຢ່າງຕໍ່ເນື່ອງແຕ່ຊັ້ນອະນຸບານຈົນເຖິງຊັ້ນມໍປາຍ. ນອກຈາກນັ້ນຍັງມີການເຂົ້າຮ່ວມກັບເຄືອຂ່າຍລະດັບໂລກທີ່ມີຄວາມກະຕືລືລົ້ນ, ດຶງດູດ ແລະ ເປີດຮັບ. ສະຖາບັນເຫຼົ່າ ນີ້ເປັນສະຖານການຮຽນທີ່ອຸດົມສົມບູນຢ່າງແທ້ຈິງ.